Monday, May 31, 2021

ບົດທີ 1 ການຄ້າທາງເອເລັກໂທຣນິກ (E-Commerce) ແມ່ນຫຍັງ?

ການຄ້າທາງເອເລັກໂທຣນິກ (E-Commerce) ແມ່ນຫຍັງ?


ບັນຫາສຳຄັນ

  1.  ນິຍາມຂອງ (E-Commerce)

  2.  ຮູບແບບຂອງ E-Commerce 

  3.  ໂຄງສ້າງ ແລະ ອົງປະກອບຂອງ E-Commerce 

  4.  ກົນໄກການຮັກສາຄວາມປອດໄພໃນການຈ່າຍເງິນ

  5.  Q&A ບັນຫາ ແລະ ອຸປະສັກຂອງການຄ້າໃນ Internet


ໂດຍລວມ

ກ່ອນທີ່ຈະສຶກສາເຖິງພື້ນຖານຂອງ E-Commerce ເຮົາຕ້ອງມາຮຽນຮູ້ກ່ອນວ່າ: E-Commerce ມີອົງປະກອບຫຍັງແດ່? ລະບົບ Shopping cart ເຮັດວຽກແນວໃດ? ແລະ ສາມາດຮັບການຈ່າຍເງິນຜ່ານລະບົບ Internet ໄດ້ແນວໃດ? ລວມເຖິງອຸປະສັກ ແລະ ຜົນກະທົບຕ່າງໆຕໍ່ E-Commerce ບໍ່ວ່າຈະເປັນເລື່ອງຂອງກົດໝາຍ, ພາສີນຳເຂົ້າ ຕ້ອງໄດ້ສຶກສວາໃຫ້ລະອຽດ ເພາະວ່າແຕ່ລະປະເທດມີກົດໝາຍ ຫຼື ພາສີການນຳເຂົ້າແຕກຕ່າງກັນ.


ນິຍາມຂອງ (E-Commerce)


ຄວາມໝາຍທີ່ແທ້ຈິງຂອງ E-Commerce  ໝາຍເຖິງການຄ້າທຸກປະເພດທີ່ດຳເນີນການໂດຍຜ່ານທາງສື່ເອເລັກໂທຣນິກເຊັ່ນ: Internet, Fax, Telephone, TV Media, ໂທລະສັບ…


ຮູບແບບຂອງ E-Commerce

ການຄ້າທາງເອເລັກໂທຣນິກ ນິຍົມແບ່ງໄປຕາມລັກສະນະຂອງຜູ້ຄ້າຂາຍ ແລະ ກຸ່ມລູກຄ້າເຊິ່ງສາມາດແບ່ງອອກເປັນ 3 ກຸ່ມດັ່ງນີ້:

  1.  Business to Business (B-to-B)

  2.  Business to Consumer (B-to-C) 

  3.  Consumer to Consumer (C-to-C) 


Business to Business (B-to-B)

ເປັນການຄ້າຂະໜາດໃຫຍ່ລະຫວ່າງອົງກອນກັບ ອົງກອນ, ສ່ວນໃຫຍ່ຈະເປັນສິນຄ້າສົ່ງອອກ ຫຼື ນຳເຂົ້າ, ເຊິ່ງເປັນການສົ່ງສິນຄ້າເປັນ Box ຂະໜາດໃຫຍ່, ສ່ວນ ການຈ່າຍເງິນຈະຜ່ານທາງທະນາຄານເຊັ່ນ: T/T, LC.


Business to Consumer (B-to C) 

ເປັນການຄ້າຍ່ອຍໄປຫາຜູ້ບໍລິໂພກທົ່ວໂລກ ຫຼືພາຍ ໃນທ້ອງຖິ່ນຂອງຕົນ ຫຼື ອາດເປັນການຂາຍສິນຄ້າເປັນ Box ຂະໜາດໃຫຍ່, ເປັນໂຫຼ ຫຼື ຂາຍຍ່ອຍ, ເຊິ່ງການຈ່າຍເງິນສ່ວນໃຫຍ່ຈະໃຊ້ບັດເຄຣດິດ, ການຄ້າແບບນີ້ມັກກາຍເປັນການຄ້າແບບ B-to-B ໃນອະນາຄົດ ແລະ ມີຫຼາຍບໍລິສັດມີການດຳເນີນທັງ 2 ທຸລະ ກິດນີ້ພ້ອມກັນ.


Consumer to Consumer (C-to-C)

ເປັນການຄ້າຍ່ອຍລະຫວ່າງບຸກຄົນທົ່ວໄປ ຫຼື ລະ ຫວ່າງຜູ້ໃຊ້ Internet ດ້ວຍກັນເຊັ່ນ: ການຂາຍສິນຄ້າມື ສອງ, ການຂາຍ Software, ການຂາຍເພງ Online ແລະ ອື່ນໆ.


 ໂຄງສ້າງ ແລະ ອົງປະກອບຂອງ E-Commerce

ອົງປະກອບຂອງ E-Commerce ທີ່ສາມາດດຳ ເນີນການຊື້ຂາຍເທິງ Internet ໄດ້ຕ້ອງປະກອບດ້ວຍ:

  1.  Web page ຫຼື ຮ້ານຄ້າເທິງ Internet.

  2.  ລະບົບ Shopping Cart (Shopping Cart System).

  3.  Secure Payment System.


Web page ຫຼືຮ້ານຄ້າເທິງ Internet

ເປັນບ່ອນປະກາດຂາຍສິນຄ້າເທິງ Internet ເຊິ່ງອາດຈະເປັນໜ້າຮ້ານເພື່ອໂຄສະນາສິນຄ້າທຳມະດາ, ແລ້ວນຳໄປຝາກໄວ້ກັບ Web Site ອື່ນ ຫຼື ອາດຈະມີ  Web Site ເປັນຂອງຕົວເອງເຊັ່ນ: www.siamgift.com, www.siamflorist.com ເປັນຕົ້ນ. ໜ້າ Web page ທີ່ສະ ເໜີຂາຍສິນຄ້ານີ້ບາງຄັ້ງອາດເອີ້ນວ່າ "ໜ້າຮ້ານ (Store Fornt)"


ລະບົບ Shopping Cart (Shopping Cart System):

ເປັນລະບົບທີ່ສາມາດ Click ເພື່ອສັ່ງຊື້ສິນຄ້າຈາກ ໜ້າ Web page ໄດ້, ເຊິ່ງມີບ່ອນໃຫ້ເພີ່ມຈຳນວນສິນຄ້າ, ການສັ່ງຊື້ແຕ່ລະຄັ້ງຈະເປັນການເກັບສິນຄ້າລົງໃນກະຕ່າ ແລະ ສະສົມໄວ້ຈົນກວ່າຈະສັ່ງຊື້ຄົບ ແລ້ວໃຫ້ລະບົບຄິດ ໄລ່ເງິນຢ່າງອັດຕະໂນມັດ.ສາມາດເບິ່ງລະບົບ Shopping Cart ໄດ້ຈາກ www.shoppingthai.com 



Secure Payment System:

ເປັນລະບົບຄິດໄລ່ເງິນ ແລະ ການຈ່າຍເງິນຄ່າສິນຄ້າທີ່ປອດໄພ, ສ່ວນຫຼາຍຈະຈ່າຍເງິນດ້ວຍບັດເຄຣດິດ, ການໂອນຂໍ້ມູນຂອງບັດເຄຣດິດ ເທິງເຄືອຂ່າຍຕ້ອງໄດ້ເຂົ້າລະຫັດກ່ອນ ເພື່ອປ້ອງກັນການຮົ່ວໄຫຼຂອງຂໍ້ມູນຕ່າງໆຂອງບັດ. ໃນປັດຈຸບັນນິຍົມໃຊ້ລະບົບ SSL (Secure Socket Layers) ແຕ່ບໍ່ມີຄວາມປອດໄພ 100% ເພາະລະບຸໄດ້ພຽງແຕ່ເຈົ້າຂອງຮ້ານ, ບໍ່ສາມາດລະບຸເຈົ້າຂອງບັດໄດ້. ແລະ ລະບົບ SET (Secure Electronic Transaction) ຈະລະບຸທັງສອງຝ່າຍ, ແຕ່ລົງທຶນສູງ, ນອກນັ້ນຍັງມີລະບົບທີ່ງ່າຍ ແລະ ປະຢັດ ເຊັ່ນ "ລະບົບຮັກສາຄວາມປອດໄພແບບຕັກກະສາດ" ຄືການກວດສອບຂໍ້ມູນຫຍັງກໍໄດ້ທີ່ບໍ່ຢູ່ໃນບັດເຊັ່ນ: ວັນ, ເດືອນ, ປີເກີດ, ໃຊ້ Pin Code ຫຼື ທີ່ຢູ່...ເມືອ່ມີການສັ່ງຊື້ຫຼາຍຜິດປົກະຕິ ທາງທະນາຄານທີ່ເຮົາເປັນສະມາຊິກເຂົາກໍຕ້ອງກວດສອບຢ່າງລະອຽດວ່າມີການສັ່ງຊື້ຈິງ ຫຼື ບໍ່.



ກົນໄກການຮັກສາຄວາມປອດໄພໃນການຈ່າຍເງິນ

ການດຳເນີນການຄ້າເທິງ Internet ມີການຈ່າຍເງິນດ້ວຍບັດເຄຣ ດິດ, ແຕ່ມີບັນຫາຫຼັກໆທີ່ວ່າ ຢ້ານເລກບັດເຄຣດິດຮົ່ວໄຫຼ, ແລ້ວຄົນອື່ນສາ ມາດນຳໄປຊື້ສິນຄ້າເທິງ Internet ໄດ້. ດັ່ງນັ້ນຕ້ອງມີການເຂົ້າລະຫັດກ່ອນແລ້ວຈຶ່ງສົ່ງ ຫຼື ຕ້ອງມີລະບົບຮັກສາຄວາມປອດໄພ, ເຊິ່ງປັດຈຸບັນນິຍົມໃຊ້ 2 ລະບົບຄື: 

  1.  SSL (Secure Socket Layers) ແລະ 

  2.  SET (Secure Electronic Transaction)



Q&A ບັນຫາ ແລະ ອຸປະສັກຂອງການຄ້າໃນ Internet

ບັນຍາຍ ແລະ ດັດແປງໂດຍ ອຈ ນິຣັນກຸນ ສິງປຣະເສີດ (ອັບເດດ ຕາມສະພາບ ສະເພາະເວລາສອນ ຂື້ນຫ້ອງ lecture No Update Sheet) ຮຽບຮຽງໂດຍ: ອາມອນ ຈັນທະພາວົງ (lated update 2011)

ພາກວິຊາ ວິທະຍາສາດຄອມພິວເຕີ

ຄະນະວິທະຍາສາດທຳມະຊາດ

ມະຫາວິທະຍາໄລແຫ່ງຊາດ